ຂຽນແອັບທີ່ໃຊ້ GPS ຖ້າບໍ່ຢາກແລ່ນເອງໃຫ້ເມື່ອຍ ໃຊ້ GPX/KML
ເຫດເກີດຂຶ້ນເມື່ອຜູ່ຂຽນຕ້ອງໄດ້ຂຽນແອັບທີ່ອາໄສ GPS ເປັນຄວາມສາມາດຫຼັກຂອງແອັບ ຫຼັງຈາກຂຽນດຶງ Location ຕ່າງໆຈາກໂທລະສັບໄດ້ແລ້ວ ໂດຍປົກກະຕິເວລາຂຽນແອັບກໍ່ຈະໃຊ້ Emulator ທົດສອບ Run ແອັບເປັນຫຼັກ ແຕ່ເທື່ອນີ້ ການເຮັດວຽກກ່ຽວກັບ GPS ກະຄືຈຸດຕຳແໜ່ງ ແນ່ນອນ Android Studio/Android Emulator ກະຕ້ອງມີເຄື່ອງມືຊ່ວຍໃຫ້ເຮົາທົດສອບຟັງຊັນ GPS ໄດ້ຄືກັນ ເປັນການຈຳລອງຕຳແໜ່ງ GPS ໃຫ້ເຮົາປ້ອນໃສ່ໄດ້ຕາມໃນມັກເລີຍວ່າເຮົາຢາກໃຫ້ Emulator ຂອງເຮົາໄປປາກົດຢູ່ຈຸດໃດຂອງໂລກໜ່ວຍນີ້
ແຕ່ ການທີ່ຈະຈຳລອງການເຄື່ອນໄຫວ ຖ້າຈະໃຊ້ໂທລະສັບແທ້ຈັບແລ່ນອອກໄປນອກ ແລ່ນອ້ອມໄປອ້ອມມາ ກະຕ້ອງເຈີກັບແດດຮ້ອນໆ ຄວັນລົດແລ້ວຖ້າຕ້ອງແກ້ໄຂຫຍັງບາງຢ່າງກໍຕ້ອງແກ້ຢູ່ຄອມແລ້ວສຽບສາຍ Run code ໃໝ່ ຊິແບກຄອມອອກໄປນອກນຳກະຍາກ
ແນ່ນອນວ່າ Android studio ມີເຄື່ອງມືມາຕິດມານຳທີ່ຊ່ວຍໃຫ້ເຮົາຈຳລອງຕຳແໜ່ງ GPS Location ໄດ້ນຳ ບໍ່ແມ່ນແຕ່ກຳນົດໃຫ້ຢູ່ຈຸດດຽວ ແຕ່ເຮົາສາມາດຈຳລອງໃຫ້ເປັນຄືກັບແລ່ນ ຂັບລົດ ເຫາະເຫີນເດີນອາກາດໄດ້ຕາມໃຈໂລດ ໂດຍໃຊ້ GPX ຫຼື KML
ໂດຍວິທີການນຳໃຊ້ ກ່ອນອື່ນໝົດໃຫ້ເຂົ້າໄປທີ່ Google Maps ສ້າງ Direction ຈາກຈຸດໜຶ່ງຫາຈຸດໜຶ່ງເຊັ່ນຕົວຢ່າງນີ້ແມ່ນເດີນທາງອອກຈາກ ຄວສ ໄປ ພະທາດຫຼວງ ແລ້ວກໍ່ copy ເອົາ URL ທີ່ໄດ້ຂອງ Direction ນັ້ນ
ເຂົ້າໄປທີ່ເວັບ https://mapstogpx.com/ ແລ້ວ paste URL ຂອງ Direction ກົດ Let’s Go ເວັບກໍ່ຈະໃຫ້ເຮົາໂຫຼດເອົາໄຟລ໌ .gpx ມາໃຊ້
ມາທີ່ Emulator ແລ້ວເຂົ້າໄປ Location ເລືອກເອົາ Load GPX/KXML ເລືອກເອົາໄຟລ໌ທີ່ເຮົາໂຫຼດມາ ຈາກນັ້ນກົດ Play ໄດ້ເລີຍ
ເຮົາກໍ່ຈະໄດ້ການເຄື່ອນໄຫວໃນ emulator ແບບງ່າຍໆ
ສ່ວນໃນຕົວເຄື່ອງແທ້ກໍ່ມີແອັບໃຫ້ເຮົາໄດ້ຈຳລອງຄືກັນລອງຊອກໂຫຼດມາໃຊ້ໄດ້ (ສະໄໝ Pokemon Go ເຫັນຫຼາຍຄົນພາກັນໃຊ້ຢູ່ 😅)
ສ່ວນຝັ່ງ iOS ກໍ່ມີມາໃຫ້ຄືກັນເນາະ ແຕ່ຈະມີ template ຂອງເພິ່ນແລ້ວ GPS ເຮົາກະຈະໄປໂຜ່ຂຶ້ນຢູ່ອະເມຣິກາພຸ້ນ ມີທັງແບບແລ່ນ ລົດຖີບ ຫຼື ຂັບລົດ