This week I learned #1

Khatthaphone
4 min readJun 3, 2024

--

https://bkk-sticker.vercel.app

ທີ່ໄປທີ່ມາຂອງບົດຄວາມ “This week I learned” ນີ້ແມ່ນໄດ້ແຮງບັນດານໃຈມາຈາກ Data Engineer ຄົນໜຶ່ງທີ່ເຮົາຕິດຕາມຢູ່ https://substack.com/@kanouivirach ເຊິ່ງຈະເປັນການຂຽນຮູບແບບສັ້ນໆ ສະຫຼຸບວ່າແຕ່ລະທິດໄດ້ຮຽນຮູ້ຫຍັງແນ່ ທັງຈາກບົດຄວາມ ວິດີໂອ ໜັງສື ໆລໆ ເຫັນວ່າຄັກດີ ແລ້ວກໍ່ສະດວກທັງຄົນຂຽນ & ຄົນອ່ານ ເລີຍຢາກລອງເຮັດຕາມ ຖືໂອກາດກັບມາຂຽນ Blog ແຕ່ແບບສັ້ນໆ ແບ່ງປັນສິ່ງທີ່ໄດ້ຮຽນ ໂດຍທີ່ເຮົາກໍ່ບໍ່ຕ້ອງເສຍເວລາມານັ່ງຂຽນຫຍັງຫຼາຍ ແລ້ວໃຫ້ Reference ໄປເບິ່ງໂຕເຕັມອັນດຽວກັບທີ່ເຮົາເບິ່ງມາເອົາ

(ອີກຢ່າງທີ່ເຫັນບັນຫາການແຊຕໍ່ຢູ່ Facebook ຊື່ໆແມ່ນຈົມຫາຍໄປເລີຍ ຖ້າຂຽນໄວ້ໃນ Blog ຢ່າງໜ້ອຍກໍ່ກັບມາເບິ່ງຄືນໄດ້ ແລະ ຕ່າງຈາກ Note ບ່ອນທີ່ເຮົາສາມາດຂຽນສະຫຼຸບສັ້ນ ຫຼື ຂຽນສິ່ງທີ່ເຮົາຄິດຕໍ່ຈາກສິ່ງນັ້ນໆໄດ້ ທີ່ສຳຄັນແມ່ນໄດ້ແບ່ງປັນນຳຄົນອື່ນນຳອີກ)

Sit Talk Drink: Flutter

ງານ Sit Talk Drink ເປັນງານທີ່ຈັດຂຶ້ນປະຈຳໂດຍນັດກັນໄປແບ່ງປຫນຄວາມຮູ້ເລັກໆນ້ອຍໆ ແຕ່ປະເດັນຫຼັກຄືກິນເບຍ 🍻 555

ເທື່ອນີ້ຈັດໃນຫົວຂໍ້ Flutter ເຊິ່ງຕ່າງຈາກທຸກເທື່ອທີ່ເປັນຜູ້ເຂົ້າຮ່ວມ ເທື່ອນີ້ໄປເປັນ Speaker ແບ່ງປັນກ່ຽວກັບ Flutter x GraphQL

ແລະກໍ່ Speaker ຄົນອື່ນໆມາແບ່ງປັນຫົວຂໍ້

  • Flutter x Shorebird Code Patch ໄວ້ສຳລັບອັບເດດແອັບຯ Flutter ໂດຍບໍ່ຕ້ອງຜ່ານ Store
  • Flutter x Track Event Monitor ພຶດຕິກຳລູກຄ້າໄດ້ເພື່ອເຮັດ Marketing ໄດ້
  • River Your Pod ແນະນຳ Riverpod ສຳລັບ State Management ໃນ Flutter
  • Flutter x GraphQL ແນະນຳການໃຊ້ GraphQL ຊ່ວຍໃຫ້ດຶງຂໍ້ມູນກັບ Database ໄດ້ສະດວກຂຶ້ນແບບບໍ່ຕ້ອງຖ້າ Backend
  • Session ສຸດທ້າຍຂອງງານແທ້ໆແມ່ນກິນເບຍ ຫຼື ຈະເວົ້າໃຫ້ຫຼູແນ່ກະແມ່ນ Networking 555

ຕອນສຸດທ້າຍຂອງ Series ລາຍການ Career Lab ຂອງສາຍ Data

ຄຳຕອບຂອງຫົວຂໍ້ສຸດ Clickbait ນີ້ແບບສັ້ນໆຄື Data Analyst ທີ່ຈິງແລ້ວເປັນພົນລະເມືອງຊັ້ນໜຶ່ງຕ່າງຫາກ ເກືອບທຸກບໍລິສັດຕ້ອງມີ Analyst ແຕ່ Data Scientist & Data Engineer ອາດຈະບໍ່ຈຳເປັນ(ເທື່ອ)ກໍ່ໄດ້ 😅 ແນະນຳໃຫ້ເບິ່ງຕໍ່

ແລະ ກໍ່ໃນ Series ມີວິດີໂອກ່ອນໜ້ານີ້ຂອງ Data Scientist ແລະ Data Engineer ນຳ

ສ້າງ Excalidraw Diagram ໂດຍໃຫ້ GenAI ສ້າງ Mermaid ໃຫ້

ຊ່ວງຫຼັງໆເຫັນ Youtuber ຫຼາຍຄົນຫັນມາໃຊ້ Excalidraw ຫຼາຍຂຶ້ນ ໜ້າຈະຍ້ອນ Style ທີ່ເປັນເອກະລັກ ແບບຮູບແຕ້ມດ້ວຍມື ແຕ່ທີ່ເພີ່ມຕື່ມຄື Excalidraw ຍັງຮັບ Text to diagram ແລະ Mermaid ນຳ https://mermaid.js.org/intro/

ບົດຄວາມນີ້ເລີຍພາເຮົາໃຊ້ Generative AI ຊ່ວຍອອກແບບ Business Process ຂອງລະບົບ ແລ້ວສ້າງເປັນ Mermaid script ເພື່ອໄປແຕ້ມເປັນ Diagram ໃນ Excalidraw ໄດ້ເລີຍ

ທີ່ຄັກອີກຢ່າງຂອງບົດຄວາມນີ້ຄືໄດ້ເຫັນຕົວຢ່າງວິທີຂຽນ Prompt ທີ່ດີ ແນະນຳ GenAI ແບບລະອຽດ ຈະຊ່ວຍໃຫ້ເຮົາໄດ້ສິ່ງທີ່ເຮົາຕ້ອງໄດ້ດີຂຶ້ນ, ແຕ່ທີ່ Peak ກວ່າຄື Prompt ທີ່ວ່າລະອຽດດີນັ້ນ ແມ່ນລາວໃຊ້ GenAI ນີ້ລະຊ່ວຍ gen prompt ນັ້ນໃຫ້ອີກເທື່ອໜຶ່ງ (GenAI Inception 😁)

DeepLearning.AI Course: Prompt Engineering for Developers

ເປັນຄອສທີ່ແນະນຳໃຫ້ທຸກຄົນລອງສະຫຼະເວລາຈັກ 1 ຊົ່ວໂມງ ຈະຊ່ວຍໃຫ້ເຮົາຮູ້ວິທີໃຊ້ Generative AI ໄດ້ດີຂຶ້ນ ຮູ້ຈັກວິທີຂຽນ Prompt ທີ່ຊ່ວຍໃຫ້ AI ເຂົ້າໃຈສິ່ງທີ່ເຮົາຕ້ອງການໄດ້ດີຂຶ້ນ ທີ່ຈິງແມ່ນຮຽນແລ້ວໄປແຕ່ທິດກ່ອນໆແລ້ວ ແຕ່ມີແນວໄດ້ມາທວນຄືນຈຶ່ງຂໍຂຽນລົງແບ່ງປັນນຳ

ໂດຍຫຼັກໆກໍ່ຈະມີຫົວຂໍ້:

  • Summarization: ເທັກນິກຫຍໍ້ຂໍ້ຄວາມໃຫ້ສັ້ນລົງເພື່ອໃຫ້ໄດ້ໃຈຄວາມ
  • Inference: ວິທີການຖອດເອົາ Insights ຈະຂໍ້ຄວາມ ເຊັ່ນ Sentiment Analysis (ປະເມີນຄວາມພຶງພໍໃຈຂອງລູກຄ້າ) ເຊິ່ງຈະມີເຕັກນິກໃຫ້ເຮົາຂຽນ Prompt ແນວໃດໃຫ້ໄດ້ຂໍ້ມູນອອກມາຖືກຕ້ອງທີ່ສຸດ
  • Transformation: ເຕັກນິກແປງຄຳ ເຊັ່ນ ແປພາສາ, ກວດຫຼັກໄວຍະກອນ (Grammar), ກວດສະກົດຄຳ (Spelling), ແລະ ການຖອດຄຳ (Rephrasing)
  • Expansion: ການສ້າງຂໍ້ຄວາມຍາວຂຶ້ນຈາກ prompt ສັ້ນໆ ເໝາະສຳລັບໃຊ້ຂຽນ Email, ຄຳໂປຣໂໝດການຕະຫຼາດ ເອກະສານຕ່າງໆ
  • Chatbot Development: ພື້ນຖານການສ້າງ Chatbot ດ້ວຍ API ຂອງ OpenAI

Export ຂ້ໍມູນຈາກ Mi fit

ຫຼັງຈາກທີ່ໃຊ້ Redmi watch ມາດົນ ແລະ ຫຼັງຈາກເລີ່ມອອກກຳລັງກາຍເຖິງຈະຍັງບໍ່ສະໝ່ຳສະເໝີເທົ່າທີ່ຄວນ ຢູ່ໆກໍ່ໄປໄດ້ຍິນຄຳໜຶ່ງຜ່ານຫູທີ່ວ່າ ປະມານວ່າ You are what you measure ເລີຍຈຸດປະກາຍໃຫ້ຢາກໄດ້ລາຍລະອຽດມັນວັດແທກເບິ່ງ ແນມເຫັນ Mi ທີ່ໃສ່ຢູ່ ເຂົ້າໄປເບິ່ງຂໍ້ມູນໃນ ແອັບກະຜັດເບິ່ງແບບເທື່ອລະໜ້າ ເທື່ອລະເດືອນ ຈະທຽບກໍ່ຕ້ອງເປີດກັບໄປກັບມາ ເຮົາລະຢາກໄດ້ແບບຕີ Graph ເຫັນ Progress ເລີຍ ກໍ່ເລີຍຫາວິທີ Export ອອກມາ ດຽວວ່າງໆຈະມາລອງຂຶ້ນ UI Graph ໄວ້ເບິ່ງກ່ອນ

ຄິດວ່າດີແທ້ Mi ຄວນຈະມີ Web Portal ໄວ້ໃຫ້ລູກຄ້າເບິ່ງນຳເພາະເບິ່ງຢູ່ແອັບຯບໍ່ສະດວກປານໃດ

ສະໝັກ Adobe Stock ຜ່ານແລ້ວ

ອັນນີ້ກໍ່ເປັນອີກອັນທີ່ຖືກແຟນທ້ວງວ່າຊື້ S23 Ultra ມາຈະຖ່າຍຮູບຜັດແລ້ວເລີຍ ເລີຍໄປຊອກຄົ້ນຮູບທີ່ຖ່າຍໄວ້ມາລອງ Submit ໄປເບິ່ງ ຖ້ານດົນໆ ໜ້າເວັບແຮງຂຶ້ນວ່າປະມານ 8 ອາທິດ ແຕ່ແທ້ໆເຮົາກໍ່ຜ່ານໃນເວລາປະມານ 4 ທິດ

ດຽວຈະພະຍາຍາມຫາເວລາໄປຊອກຖ່າຍຮູບຈິງຈັງໆຂຶ້ນຕື່ມ ແລະ ກໍ່ຈຸດປະເດັນໃຫ້ໄປຫາ Topic ຕໍ່ໄປຄືຢາກ Generate ຮູບ

ລອງໃຊ້ StableDiffusion ຊ່ວຍ Gen ຮູບ

ທຸກມື້ນີ້ຢູ່ໃສກໍ່ເຫັນແຕ່ຄົນສ້ງາພາບ 😆 ເຮົາເອງກໍ່ໄດ້ເຄີຍລອງໂຕ Microsoft Image Creator ແລະ Midjourney ຢູ່ ແຕ່ທີ່ເຫັນແລ້ວມັກອີ່ຫຼີແມ່ນ Stable Diffusion ຈາກເພຈ Prompt Alchemist — เล่นแร่แปรพรอมพ์

ແຕ່ລະຜົນງານແມ່ນງາມ ແລະ Creative ຫຼາຍ ເຮົາເອງກໍ່ມີບາງຢ່າງໃນຫົວທີ່ຢາກເອົາອອກມາໃຫ້ເຫັນເປັນຮູບຄືກັນເລີຍລອງເລີ່ມສຶກສາ ອັນນີ້ຄືຄັດມາແລ້ວມີແຕ່ຮູບດີແນ່ ຮູບທີ່ບໍ່ Work ຫຼາຍກວ່ານີ້ຫຼາຍ 555

ຕອນທຳອິດແມ່ນລອງ Gen ເປັນ QR ກ່ອນດຽວຈະຄ່ອຍໆຫາເວລາສຶກສາຕື່ມ ຫຼັກໆ Use case ຮູບທີ່ຢາກລອງເຮັດ: ໝອກໂຕໜັງສື, ເອົາແບບເສື້ອໃສ່ຄົນ, ເອົາໜ້າເຮົາໃສ່ຊຸດເກາະຕາມໜັງ,​ ຮູບທຳມະຊາດ ຕຶກ ສິ່ງຂອງ, ເອົາຮູບເກົ່າມາເຂົ້າ img2img ໃຫ້ກາຍເປັນຮູບລະອຽດ ແລະ ສົມບູນຂຶ້ນ ໆລໆ

8 Minute History EP.284 | ปฐมบทสงครามลับในลาว รอยร้าวระหว่างชนชั้นนำ

ເປັນລາຍການທີ່ມັກຟັງດ້ວຍນ້ຳສຽງ ແລະ ວິທີເລົ່າເລື່ອງຂອງພິທີກອນ (ເຮຍວິດ) ທີ່ຫຼາຍໆຄົນທີ່ເຄີຍຟັງໜ້າຈະຕິດໃຈ ຖືວ່າເປັນການທວນຄືນປະຫວັດສາດ ແລະ ເປີດມຸມມອງເບິ່ງຈາກຄົນພາຍນອກ ແລະ ພະຍາຍາມເປັນກາງ

--

--

No responses yet